ການບໍລິການລູກຄ້າ
ອົງການພັດທະນາສີມືແຮງງານແຫ່ງລັດໄອໂອວາ (Iowa Workforce Development) ມີການບໍລິການແປພາສາຟຣີສໍາລັບບຸກຄົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໃຫ້ເຂົ້າໃຈພາສາອັງກິດ.
ຖ້າຫາກທ່ານມີຄໍາຖາມກ່ຽວກັບການປະກັນໄພການຫວ່າງງານ, ກະລຸນາໂທຫາ 1-866-239-0843 ສໍາລັບການບໍລິການແປພາສາຟຣີ ລະຫວ່າງ 8:30 ເຊົ້າ ແລະ 4:30 ແລງ ໃນວັນຈັນ, ວັນອັງຄານ, ວັນພຸດ, ວັນພະຫັດ ແລະ ວັນສຸກ.
ສໍາລັບຄໍາຖາມທັງຫມົດກ່ຽວກັບໂຄງການ ການພັດທະນາສີມືແຮງງານແຫ່ງລັດໄອໂອວາ ແລະ ການບໍລິການ, ກະລຸນາໂທຫາ 1-800-562-4692 ສໍາລັບການບໍລິການແປພາສາລະຫວ່າງ 8:30 ເຊົ້າ ແລະ 4:30 ແລງ ໃນວັນຈັນ, ວັນອັງຄານ, ວັນພຸດ, ວັນພະຫັດ ແລະ ວັນສຸກ.
ນອກນັ້ນທ່ານຍັງສາມາດໂທຫາ ຫຼືໄປຫາສູນບໍລິການເຮັດວຽກແຫ່ງລັດໄອໂອວາ ໃນທ້ອງຖິ່ນທີ່ໃກ້ທ່ານທີ່ສຸດ ສໍາລັບການບໍລິການແປພາສາຟຣີ. ຊົ່ວໂມງການເຮັດວຽກ, ທີ່ຢູ່, ແລະ ຂໍ້ມູນຕິດຕໍ່ ສໍາລັບແຕ່ລະສູນບໍລິການເຮັດວຽກແຫ່ງລັດໄອໂອວາໃນທ້ອງຖິ່ນໄດ້ລະບຸໄວ້ລຸ່ມນີ້.
ເບີໂທລະສັບການບໍລິການລູກຄ້າ ແລະ ສູນບໍລິການເຮັດວຽກປະຈໍາທ້ອງຖິ່ນຂອງ ອົງການພັດທະນາສີມືແຮງງານແຫ່ງລັດໄອໂອວາແມ່ນໄດ້ປິດໃນວັນພັກລັດຕໍ່ໄປນີ້:
- ມື້ປີໃໝ່ສາກົນ (1 ມັງກອນ)
- ວັນລະນຶກວັນຄ້າຍວັນເກີດຂອງ ທ່ານ ດຣ. Martin Luther King, (ວັນຈັນຂອງອາທີດທີສາມໃນເດືອນມັງກອນ)
- ວັນທີ່ລະນຶກ (ວັນຈັນຂອງອາທິດທີ່ສຸດທ້າຍໃນເດືອນພຶດສະພາ)
- ວັນປະກາດເອກະລາດ (4 ກໍລະກົດ)
- ວັັນກໍາມະກອນ (ວັນຈັນຂອງອາທິດທໍາອິດໃນເດືອນກັນຍາ)
- ວັນລະນຶກນັກຮົບເກົ່າ (11 ພະຈິກ)
- ວັນການຂອບໃຈພະເຈົ້າ (Thanksgiving Day) (ວັນພະຫັດຂອງອາທິດສຸດທ້າຍໃນເດືອນພະຈິກ)
- ວັນຫຼັງວັນຂອບໃຈພະເຈົ້າ (Friday after Thanksgiving Day)
- ວັນຄຣິດສະມາດ (25 ທັນວາ)